ປາຖະກະຖາວັນສໍາຄັນຂອງພັກ, ຂອງຊາດ
ໃນວັນທີ 22 ມີນາ 2023 ຄະນະພັກ, ອົງການປົກຄອງເມືອງສີໂຄດຕະບອງ ໄດ້ຈັດພິທີປາຖະ ກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ; ວັນຜູ້ເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ໂດຍການໃຫ້ກຽດປາຖະກະຖາຂອງທ່ານ ເຂັມເພັດ ແພງດວງຈັນ ພະນັກງານບຳນານ. ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສະໂມສອນໃຫຍ່ສໍານັກງານປົກຄອງເມືອງສີໂຄດຕະບອງ ໂດຍມີສະຫາຍເລຂາພັກເມືອງ-ເຈົ້າເມືອງ, ກໍາມະການປະຈໍາພັກ, ກໍາມະການພັກ, ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ, ຫົວໜ້າຫ້ອງການ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານຫລັກແຫລ່ງ, ເລຂາພັກໂຮງຮຽນ ແລະ ເລຂາພັກບ້ານເຂົ້າຮ່ວມ.
ເມືອງນາຊາຍທອງຫວນຄືນມູນເຊື້ອວັນສຳຄັນຂອງຊາດ
ໃນວັນທີ 21 ມີນາ 2023 ຄະນະໂຄສະນາອົບຮົມ ເມືອງນາຊາຍທອງ ໄດ້ຈັດປາຖະກະຖາເນື່ອງໃນໂອກາດລະນຶກ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ວັນຜູ້ເສຍອົງຄະ ແລະ ເສຍສະລະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ. ທີ່ສະໂມສອນປົກຄອງເມືອງນາຊາຍທອງ ໂດຍເລົ່າມູນເຊື້ອໂດຍ ທ່ານ ເຂັມເພັດ ແພງດວງຈັນ ພະນັກງານບຳນານ, ມີຮອງເລຂາ, ຄະນະປະຈຳພັກ, ຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານ.ເລຂາໜ່ວຍພັກບ້ານ ເຂົ້າຮ່ວມ.
ຫວນຄືນມູນເຊື້ອວັນສຳຄັນຂອງຊາດ
ໃນຕອນເຊົ້າ ວັນທີ 22 ມີນາ 2023. ຄະນະໂຄສະນາອົບຮົມເມືອງຈັນທະບູລີ ໄດ້ຈັດຕັ້ງພິທີ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ວັນຜູ້ເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ຈັດຂື້ນທີ່ສະໂມສອນປົກຄອງເມືອງຈັນທະບູລີ. ໃຫ້ກຽດປາຖະກະຖາ ໂດຍແມ່ນ: ສະຫາຍ ດວງຕາ ສຸລິວົງ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ-ເຈົ້າເມືອງຈັນທະບູລີ ກໍ່ໄດ້ຍົກໃຫ້ເຫັນການກຳເນີດ ການເຕີບໃຫຍ່ຂະຫຍາຍຕົວຂອງພັກ ມູນເຊື້ອການຕໍ່ສູ້ຕີເອົາຊະນະຜູ້ຮຸກຮານ, ມີມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຜົນສຳເລັດແຫ່ງການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ມັນຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນຳກັນລະຫວ່າງ 2 ຊາດລາວ-ຫວຽດນອ້າຍນ້ອງທີ່ເປັນນ້ຳໃຈນັກຮົບຢ່າງພິລະອາດຫານບໍ່ຍອມຈຳນົນ ບັ້ນຮົບທ່າແຂກ ໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພານຸວົງ ບໍ່ພຽງແຕ່ເປັນເຊື້ອເຈົ້າ ແຕ່ຍັງເປັນນັກຮົບປະຕິວັດທີ່ກ້າແກ່ນ ທັງເປັນຜູ້ນຳພາຈັດຕັ້ງສູ້ຮົບ ແລະ ເປັນຜູ້ທີ່ກ້າເສຍສະຫຼະ ເພື່ອປະເທດຊາດ ຢ່າງອົງອາດກ້າຫານ ບັ້ນຮົບດັ່ງກ່າວ ໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ຢ່າງພິລະອາດຫານຂອງປະຊາຊົນລາວ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດປ່ອຍຊາດຢ່າງສົມບຸນ. ຜູ້ເຂົ້າຮ່ວມຮັບຟັງປາຖະກະຖາ ມີກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ກອງບັນຊາການ ປກຊ-ປກສ, ຫົວໜ້າຫ້ອງການ, ຮອງຫ້ອງການ, ເລຂາພັກບ້ານ-ນາຍບ້ານເຂົ້າຮ່ວມຢ່າງພ້ອມພຽງ, ມີທັງໝົດ 105 ທ່ານ, ຍິງ 38 ທ່ານ. ພາຍຫຼັງສຳເລັດການປາຖະກະຖາ ສະຫາຍ ຄຳເຜີຍ ເທບປັນຍາ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງຈັນທະບູລີ ໄດ້ຂື້ນມອບກະຕ່າຂອງຂວັນ ແລະ ອວຍພອນໃຫ້ ສະຫາຍ ດວງຕາ ສຸລິວົງ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ-ເຈົ້າເມືອງຈັນທະບູລີ.
ສວນຊຽງຄວນ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ
ທີ່ມາທ່ຽວນະຄອນຫລວງວຽງຈັນ
ສວນວັດທະນະທໍາຊຽງຄວນ ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີ່ມີເອກະລັກພິເສດ ແລະ ແຕກຕ່າງຈາກສະຖານທີ່ທ່ອງທ່ຽວແຫ່ງອື່ນໆ ເຊັ່ນ: ມີພະພຸດທະຮູບປາງຕ່າງໆ ທີ່ມີຄວາມເກົ່າແກ່ເປັນຈຳນວນຫລາຍ, ມີທັງພະພຸດທະຮູບນ້ອຍ ແລະໃຫຍ່, ມີຮູບປັ້ນຈຳລອງກ່ຽວກັບນາຮົກ-ສະ ຫວັນ ເປັນເອກະລັກທີ່ໂດດເດັ່ນສະເພາະ ເປັນທີ່ໜ້າດຶງດູດໃຈຂອງຫລາຍໆຄົນເຂົ້າໄປທ່ຽວຊົມ ແລະ ຖ່າຍຮູບ. ນອກນັ້ນ, ຍັງມີປະຕູໂຂງທາງເຂົ້າທີ່ມີຄວາມສວຍງາມໂດດເດັ່ນ ເປັນສັນຍາລັກ ສື່ໃຫ້ເຫັນເຖິງວັດທະນະທໍາທີ່ມີການປະສົມປະສານວັດທະນະທໍາຮ່ວມສະໄໝ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເປັນຈຳນວນຫລວງຫລາຍ.
ສວນວັດທະນະທໍາຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ປະກາດເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ທາງດ້ານວັດທະນະທໍາແຫ່ງທຳອິດຂອງນະຄອນຫລວງວຽງຈັນ ແລະ ເປີດການນໍາໃຊ້ປະຕູໂຂງໃຫຍ່ ໃນວັນທີ 22 ທັນວາ 2022 ທີ່ຜ່ານມາ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 96 |
![]() | ມື້ວານນີ້ | 209 |
![]() | ອາທິດນີ້ | 524 |
![]() | ເດືອນນີ້ | 4019 |
![]() | ທັງໝົດ | 202892 |