ສືບຕໍ່ຮ່ວມມື ແລະພັດທະນາວຽກງານການເມືອງ-ແນວຄິດ.
ເພື່ອຕອບຮັບຄຳເຊີນຂອງຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ, ຄະນະຜູ້ແທນໂຄສະນາສຶກສານະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ນຳໂດຍສະຫາຍ ຫງວຽນ ວັນ ຟອງ, ກຳມະການປະຈຳພັກ, ຫົວໜ້າຄະນະໂຄສະນາສຶກສາ ນະຄອນຫລວງຮ່າໂນ້ຍ ໄດ້ນຳຄະນະຢ້ຽມຢາມ - ເຮັດວຽກຢູ່ນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ, ໃນລະຫວ່າງວັນທີ 24-29 ມີນາ 2019.
ວັນທີ 25 ມີນາ 2019 ທີ່ຫ້ອງຮັບແຂກ ຫ້ອງວ່າການນະຄອນຫລວງວຽງຈັນ ສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ຫງວຽນ ວັນ ຟ໋ອງ ກຳມະການປະຈຳພັກ ຫົວໜ້າຄະນະໂຄສະນາສຶກສານະຄອນຫລວງຮ່າໂນ້ຍ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ ໂອກາດນີ້ສະຫາຍເຈົ້າຄອງ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຮ່ວມກັນຂອງສອງຄະ ນະ ເຊິ່ງເປັນການສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດຂອງສອງພັກ ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ອົງຄະນະພັກ, ອໍານາດການປົກຄອງຂອງສອງນະຄອນຫລວງ ກໍຄືຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ ແລະ ຄະນະໂຄສະນາສຶກສາ ນະຄອນຫລວງຮ່າໂນ້ຍ ທີ່ມີການພົວພັນຢ້ຽມຢາມ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ກ່ອນໜ້ານັ້ນ ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ຫງວຽນ ວັນ ຟ໋ອງ ກຳມະການປະຈຳພັກ ຫົວໜ້າຄະນະໂຄສະນາສຶກສາ ນະຄອນ ຫລວງຮ່າໂນ້ຍ ສສ ຫວຽດນາມ ພ້ອມຄະນະ ເຊ່ັນດຽວກັນ ຢູ່ທີ່ຫ້ອງຮັບແຂກຂອງຄະນະໂຄສະນາອົບຮົມສູນກາງພັກ.
ການພົບປະສອງຝ່າຍໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ມີນາ 2019 ທີ່ຫ້ອງວ່າການ ນະຄອນຫລວງວຽງຈັນ ນຳໂດຍສະຫາຍ ເຂັມເພັດ ແພງດວງຈັນ ກຳມະການພັກ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນ ຫລວງວຽງຈັນ ແລະ ສະຫາຍ ຫງວຽນ ວັນ ຟອງ ກຳມະການປະຈຳພັກ ຫົວໜ້າຄະນະໂຄສະນາສຶກສາ ນະຄອນຫລວງຮ່າໂນ້ຍ ໂດຍມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ ການພົບປະຄັ້ງນີ້ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ກໍຄືການຊຸກຍຸກສົ່ງເສີມການພັດທະນາວຽກງານຂອງຕົນ ໂດຍສະເພາະແມ່ນການແລກປ່ຽນຢ້ຽມຢາມ ແລະ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະກັນ ພ້ອມນີ້ ສອງຝ່າຍ ຍັງໄດ້ປືກສາຫາລື ແລະ ເປັນເອກະພາບກັນ ເຊັນບົດບັນທຶກການຮ່ວມມື ແຕ່ນີ້ຮອດປີ 2020 ໂດຍສອງຝ່າຍໄດ້ຕົກລົງເຫັນດີໃນການສືບຕໍ່ແລກປ່ຽນການຮ່ວມມືພັດທະນາກ່ຽວກັບວຽກງານການເມືອງ-ແນວຄິດ ແລະ ທິດສະດີ ວຽກງານວາລະສານ ການຜັນຂະຫຍາຍແນວທາງນະໂຍບາຍ ມະຕິຕົກລົງຂອງພັກ ໄປສູ່ພະນັກງານ ສະ ມາຊິກພັກ ແລະ ປະຊາຊົນ ການແລກປ່ຽນຂໍ້ມູນຂ່າວສານ ການຊ່ວຍຍົກລະດັບຄວາມຮູ້ດ້ານວິຊາການ ແລະອື່ນໆ.
ໃນໂອກາດນີ້ ຄະນະຜູ້ແທນຄະນະໂຄສະນາສຶກສາ ນະຄອນຫລວງຮ່າໂນ້ຍ ຍັງໄດ້ມອບຄອມພີວເຕີໂນດບຸກ ຈຳນວນ 2 ໜ່ວຍ ແລະ ໄອແພັດ 1 ໜ່ວຍ ລວມມູນຄ່າ 17 ລ້ານດົງ ໃຫ້ຄະນະໂຄສະນາອົບຮົມ ນະ ຄອນຫລວງວຽງຈັນ ເພື່ອນຳໃຊ້ເຂົ້າໃນວຽກງານຂອງຕົນຕື່ມອີກ ແລະ ໄລຍະຢູ່ນະຄອນຫລວງວຽງຈັນ ຄະນະຜູ້ແທນຄະນະໂຄສະນາສຶກສາ ນະຄອນຫລວງຮ່າໂນ້ຍ ຍັງໄດ້ທ່ຽວຊົມພິພິທະພັນໄກສອນ ພົມວິ ຫານ ພິພິທະພັນຫໍພະແກ້ວ ພະທາດຫລວງ ສວນປະຕູໄຊ ແລະ ແຫລ່ງທ່ອງທ່ຽວອື່ນໆ.
ວັນທີ 27 ມີນາ 2019 ຄະນະຜູ້ແທນຄະນະໂຄສະນາສຶກສາ ນະຄອນຫລວງຮ່າໂນ້ຍ ໄດ້ເດີນທາງໄປທ່ຽວຊົມສະຖານທີ່ທ່ອງທ່ຽວເມືອງ ວັງວຽງ ແຂວງວຽງຈັນ, ວັນທີ 28 ມີນາ 2019 ຢ້ຽມຢາມ ແລະ ພົບປະກັບຄະນະໂຄສະນາອົບຮົມ ແຂວງຫລວງພະບາງ; ທ່ຽວຊົມວັດພະທາດພູສີ, ວັດຊຽງທອງ, ພິພິທະພັນພະລາດຊະວັງ, ຫັດຖະກຳເຈ້ຍປໍສາ, ຫັດຖະກຳຕ່ຳຫູກແພໄໝ, ແຫລ່ງທ່ອງທ່ຽວຕາດກວາງຊີ ແລະ ໃນວັນທີ 29 ມີນາ 2019 ຄະນະຜູ້ແທນຄະນະໂຄສະນາສຶກສາ ນະຄອນຫລວງຮ່າໂນ້ຍ ກໍໄດ້ເດີນທາງກັບຄືນປະເທດ. ຫວັງຢ່າງຍິ່ງວ່າການຮ່ວມມື ລະຫວ່າງ ຄະນະໂຄສະນາອົບຮົມນະຄອນຫລວງວຽງຈັນ ກັບຄະນະໂຄສະນາສຶກສານະຄອນ ຫລວງຮ່າໂນ້ຍ ຈະແຕກດອກອອກຜົນ, ງອກງາມ ແລະ ຍືນຍົງຂະໜົງແກ່ນຕະຫລອດໄປ.
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 19 |
![]() | ມື້ວານນີ້ | 89 |
![]() | ອາທິດນີ້ | 96 |
![]() | ເດືອນນີ້ | 5056 |
![]() | ທັງໝົດ | 203929 |