ພິທີມອບ-ຮັບຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ພູວົງ ວົງຄໍາຊາວ ຫົວໜ້າໂຄສະນາອົບຮົມ ນວ ຜູ້ເກົ່າ ແລະ ທ່ານ ຊົງເລົ່າ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນວ ຜູ້ໃໝ່ ຈັດຂຶ້ນວັນທີ 22 ກຸມພາ 2021 ທີ່ຫ້ອງວ່າການປົກຄອງ ນວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ມີບັນດາຜູ້ຕາງໜ້າຈາກຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າພະແນກການ ອົງການທຽບເທົ່າ ຫົວໜ້າໂຄສະນາອົບຮົມ 9 ຕົວເມືອງ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ຄໍາມາ ແສງມີໄຊ ຮອງຫົວໜ້າຈັດຕັ້ງ ນວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ນະຄອນຫລວງວຽງຈັນວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະໂຄສະນາອົບຮົມ ນວ ວ່າ: ອີງຕາມຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການແຕ່ງຕັ້ງເຈົ້າຄອງ ນວ ອີງຕາມມາດຕາ 19,20 ຂອງກົດໝາຍວ່າດ້ວຍປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2015 ສະບັບເລກທີ 68/ສພຊ ກ່ຽວກັບພາລະບົດບາດສິດ ແລະ ໜ້າທີ່ຂອງເຈົ້າແຂວງ ເຈົ້າຄອງ ນວ ອີງຕາມໜັງສືແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 366/ຄຈສພ ລົງວັນທີ 18 ທັນວາ 2020 ອີງຕາມມະຕິກອງປະຊຸມຄະນະປະຈໍາສະພາປະຊາຊົນ ນວ ຊຸດທີ I ສະບັບເລກທີ 096/ຄປຈ.ສປນວ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງຮອງເຈົ້າຄອງ ນວ ແລະ ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງຄະນະຈັດຕັ້ງ ນວ ສະບັບເລກທີ 1423/ຄຈນວ ເຈົ້າຄອງ ນວ ຕົກລົງແຕ່ງຕັ້ງທ່ານ ພູວົງ ວົງຄໍາຊາວ ຫົວໜ້າໂຄສະນາອົບຮົມ ນວ ຜູ້ເກົ່າ ເປັນຮອງເຈົ້າຄອງ ນວ ແລະ ອີງຕາມມະຕິຕົກລົງຂອງຄະນະປະຈໍາພັກ ນວ ວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະໂຄສະນາອົບຮົມ ນວ ສະບັບເລກທີ 1017/ຄພນວ ຄະນະປະຈໍາພັກ ນວ ຕົກລົງແຕ່ງຕັ້ງສະຫາຍ ຊົງເລົ່າ ຢົງນູ ຄະນະປະຈໍາພັກ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນວ ມາຮັບຕໍາແໜ່ງເປັນຫົວໜ້າຄະນະໂຄສະນາອົບຮົມ ນວ.
ໃນພິທີມີຄວາມໝາຍສໍາຄັນນີ້ ທ່ານ ສິນລະວົງ ຄຸດໄພທູນ ກໍ່ໄດ້ມີຄໍາເຫັນວ່າ: ການມອບ-ຮັບໜ້າທີ່ໃນຄັ້ງນີ້ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ທັງເປັນການປະຕິບັດການແບ່ງງານຕາມຄວາມຮູ້ ຄວາມສາມາດທີ່ເໝາະສົມ ແລະ ຖືກຕ້ອງຕາມຄວາມເປັນຈິງລະຫວ່າງ ສະຫາຍກໍາມະການປະຈໍາພັກດ້ວຍກັນ ພ້ອມນີ້ຍັງໄດ້ຮຽກຮ້ອງໃຫ້ສະຫາຍທີ່ຮັບໜ້າທີ່ໃໝ່ສືບຕໍ່ປະຕິບັດໜ້າທີ່ ແລະ ນໍາພາວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດເປັນກ້າວໆ ໂດຍສະເພາະການປະຕິບັດ ພາລະບົດບາດ ຂອງວຽກງານໂຄສະນາອົບຮົມ ໃນການເປັນເສນາທິການ ແລະ ອົງການວິຊາສະເພາະໃຫ້ແກ່ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກ ນວ ດ້ານການດໍາເນີນວຽກງານໂຄສະນາອົບຮົມກໍຄືວຽກງານການເມືອງແນວຄິດໃຫ້ໄປຕາມຫລັກການລວມສູນເປັນເອກະພາບ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 24 |
![]() | ມື້ວານນີ້ | 0 |
![]() | ອາທິດນີ້ | 24 |
![]() | ເດືອນນີ້ | 24 |
![]() | ທັງໝົດ | 156968 |