ເຈົ້າຄອງນະຄອນຫຼວງຢ້ຽມຢາມເຂດເສດຖະກິດສະເພາະບຶງທາດຫຼວງ
ວັນທີ 27 ມິຖຸນາ 2021 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກການກ່ຽວຂ້ອງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ ຢູ່ໂຮງແຮມໂປລີ ເຊິ່ງການຢ້ຽມຢາມຄັ້ງນີ້ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໄດ້ລາຍງານລາຍງານໂດຍສັງເຂບກ່ຽວກັບ ສະພາບການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໂດຍໃນໄລຍະ 6 ເດືອນຕົ້ນປີ 2021 ສາມາດດຶງດູດການລົງທຶນໄດ້ພຽງ 5 ບໍລິສັດ ເມື່ອທຽບໃສ່ຕົວເລກຄາດຄະເນປີ 2021 ປະຕິບັດໄດ້ 25%.
ພ້ອມນັ້ນທ່ານ ນາງ ຫວງ ສິວ ເຫວີນ ຮອງປະທານບໍລິສັດ ລາວທາດຫຼວງ ລົງທຶນພັດທະນາ ຈໍາກັດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການພັດທະນາເຂດເສດຖະກິດພິເສດບຶງທາດຫຼວງວ່າ:ໂຄງການເຂດເສດຖະກິດບຶງທາດຫຼວງໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 2012 ເປັນຕົ້ນມາ ຮອດປັດຈຸບັນການກໍ່ສ້າງພື້ນຖານໂຄງລ່າງໄດ້ສໍາເລັດໂດຍພື້ນຖານເປັນຕົ້ນ ໜອງນໍ້າໃຫຍ່ ການປັບໜ້າດິນ ສ້າງຖະໜົນຫົນທາງ ລະບົບໄຟຟ້າ ນໍ້າປະປາ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ.
ນອກຈາກນີ້ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນຍັງໄດ້ຢ້ຽມຊົມການພັດທະນາພື້ນຖານໂຄງລ່າງອ້ອມຮອບເຂດເສດຖະກິດພິເສດບຶງທາດຫຼວງ ແລະ ໂມເດວການພັດທະນາເຂດດັ່ງກ່າວຕື່ມອີກ.
ມີ 25 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 41 |
![]() | ມື້ວານນີ້ | 116 |
![]() | ອາທິດນີ້ | 617 |
![]() | ເດືອນນີ້ | 2369 |
![]() | ທັງໝົດ | 162276 |