• ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາ
  • ເພີ່ມທະວີການຮ່ວມມືວຽກງານພັດທະນາເສ
  • ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອ
  • ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເ
  • ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI
ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

      ພິທີມອບ-ຮັບເສັ້ນທາງ ເບຕົງເສີມເຫຼັກຮ່ອມ 13, ບ້ານ ສີສະຫວາດ, ເມືອງຈັນທະບູ...
ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ     ວັນ​ທີ 1 ມີນາ 2...
ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແລະ ຊານເມືອງ ນວ.   &nbs...
ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່​​ຮ່ວມ​ມື​ ແລະພັດທະນາ​​ວຽກ​ງານ​ການເມືອງ-ແນວ​ຄິດ.    ເພື່ອຕອບຮັບຄຳເຊີ...
ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI ສະຫາຍ ຖະ​ໜອມ ທຳ​ທອງ ກຳ​ມະ​ການ​ພັກ​ ເລ​ຂາ​​ພັກ​ເມືອງ ເຈ...

ກຸ່ມບໍລິສັດ FLC ສົນໃຈລົງທຶນຢູ່ນະຄອນຫລວງວຽງຈັນ

ກຸ່ມບໍລິສັດ FLC ສົນໃຈລົງທຶນຢູ່ນະຄອນຫລວງວຽງຈັນ

ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານນາງ ເຮືອງເຈີນ ກ້ຽວຢຸງ ຮອງປະທານ ຜູ້ປະຈຳການກຸ່ມບໍລິສັດ ການເງິນອະສັງຫາລິມະຊັບ ແລະການຄ້າ (FLC) ສສ ຫວຽດນາມ ພ້ອມຄະນະ ໃນວັນທີ 23 ມີນາ 2022 ທີ່ຫ້ອງວ່າການ, ໃນໂອກາດທີ່ເດີນທາງຕິດຕາມທ່ານ ລັດຖະມົນ ຕີກະຊວງແຜນການ ສສ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 20-23 ມີນາ 2022.

ການເຂົ້າຢ້ຽມຂ່ຳນັບຂອງຄະນະໃນຄັ້ງນີ້ ເພື່ອແນະນໍາກ່ຽວກັບການເຄື່ອນໄຫວທຸລະກິດລົງທຶນທີ່ພົ້ນເດັ່ນຂອງບໍລິສັດ ແລະ ຖືໂອກາດນີ້ເພື່ອຂໍທິດຊີ້ນຳໃນການລົງທຶນກ່ຽວກັບອະສັງຫາລິມະຊັບ ຢູ່ນະຄອນ ຫລວງວຽງຈັນ ເຊິ່ງກຸ່ມບໍລິສັດ FLC ຖືວ່າເປັນກຸ່ມບໍລິສັດໄດ້ຮັບການພັດທະນາຢ່າງວ່ອງໄວ ແລະຂະ ຫຍາຍຕົວສູງ ຕະຫລອດໄລຍະຂອງການຮ່ວມຕົວໃນປີ 2011 ເປັນຕົ້ນມາ ກໍຄືໃນປະຈຸບັນ ບໍລິສັດໄດ້ລົງທຶນໃນຂະແໜງການອະສັງຫາລິມະຊັບທີ່ພົ້ນເດັ່ນຫລາຍໂຄງການ ແລະມີກວ່າ 400 ໂຄງການພັດທະ ນາຢູ່ໃນທົ່ວປະເທດຫວຽດນາມ ເປັນຕົ້ນ: ໂຄງການສ້າງສູນລວມການທ່ອງທ່ຽວ ແລະ ເຂດທ່ອງທ່ຽວຜ່ອນ ຄາຍໂດເຊີນ ສູນການຄ້າຄອມເພັກ ລີສອດສະໜາມກ໊ອຟຢູ່ທະເລແຂວງກວາງງາຍ ເຂດໂຮງແຮມທີ່ພັກ ຢູ່ແຂວງກວາງນິງ ແຂວງບິງດິງ ແຂວງແຫງະອານ ແຂວງວົງຟິກ ແລະ ແຂວງອື່ນໆ.

   ໂອກາດນີ້ ທ່ານເຈົ້າຄອງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ກຸ່ມບໍລິສັດ FLC ພ້ອມທັງໄດ້ສະເໜີສະພາບຈຸດພິເສດ ແລະ ທ່າແຮງບົ່ມຊ້ອມດ້ານຕ່າງໆໃນການພັດທະນາຢູ່ນະຄອນຫລວງວຽງຈັນ ໃຫ້ຄະນະໄດ້ຮັບຊາບ ແລະ ສະເໜີແລກປ່ຽນບາງຄໍາເຫັນທີ່ຈະນຳໄປສູ່ການດຶງດູດການລົງທຶນຈາກ ສສ ຫວຽດ ນາມ ກໍຄືກຸ່ມບໍລິສັດດັ່ງກ່າວ ເຂົ້າມາລົງທຶນໃນຂະແໜງການອະສັງຫາລິມະຊັບຢູ່ນະຄອນຫລວງວຽງຈັນ ໃຫ້ນັບມື້ຫລາຍຂຶ້ນ.

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຫນ່ວຍກູ້ໄພ: 1624

 

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

215693
ມື້ນີ້ມື້ນີ້5
ມື້ວານນີ້ມື້ວານນີ້129
ອາທິດນີ້ອາທິດນີ້807
ເດືອນນີ້ເດືອນນີ້424
ທັງໝົດທັງໝົດ215693

ຄອບຄົວຕົວແບບ